ທ່ານຍັງພິມດ້ວຍສອງນິ້ວຢູ່ບໍ? ທ່ານຍັງຕ້ອງເບິ່ງແປ້ນພິມກ່ອນທຸກໆການກົດປຸ່ມຢູ່ບໍ?
ຫຼັກສູດການພິມສຳຜັດ ແມ່ນເວັບໄຊທ໌ຟຣີ ທີ່ເປັນມິດກັບຜູ້ໃຊ້ ຖືກອອກແບບມາເພື່ອຊ່ວຍໃຫ້ທ່ານຮຽນຮູ້, ຝຶກຊ້ອມ ແລະ ປັບປຸງຄວາມໄວ ແລະ ຄວາມຖືກຕ້ອງໃນການພິມ.
ເມື່ອທ່ານສາມາດພິມໂດຍບໍ່ເບິ່ງ ທ່ານຈະບໍ່ຈໍາເປັນຕ້ອງເບິ່ງແປ້ນພິມເພື່ອຊອກຫາຕົວອັກສອນ ແລະ ທ່ານຍັງຈະສາມາດພິມໄດ້ໄວຂຶ້ນຫຼາຍ!
ການພິມດ້ວຍສໍາຜັດແມ່ນວິທີທີ່ອາໄສຄວາມຈໍາຂອງກ້າມເນື້ອ ແທນທີ່ຈະໃຊ້ສາຍຕາ. ວິທີນີ້ຊ່ວຍໃຫ້ທ່ານໄດ້ຄວາມໄວໃນການປ້ອນຂໍ້ມູນສູງຂຶ້ນ ໂດຍສະເພາະຖ້າທ່ານຕ້ອງຄັດລອກຂໍ້ຄວາມຈາກສື່ທາງສາຍຕາອື່ນໆ.
ການພິມດ້ວຍວິທີສໍາຜັດ ຊ່ວຍໃຫ້ການໃຊ້ຄອມພິວເຕີຂອງທ່ານມີປະສິດທິພາບຫຼາຍຂຶ້ນ; ເພີ່ມຄວາມໄວໃນການປ້ອນຂໍ້ມູນ ແລະ ຫຼຸດຄວາມເມື່ອຍລ້າ ແລະ ການບາດເຈັບຕາ.
ຫຼັກສູດການພິມສຳຜັດ ມີ 15 ບົດຮຽນ, ການທົດສອບຄວາມໄວ ແລະ ເກມ ທີ່ທ່ານສາມາດຮຽນຮູ້ການພິມເທື່ອລະຂັ້ນຕອນ, ຕິດຕາມຄວາມຄືບໜ້າຂອງຕົນເອງ ແລະ ມ່ວນຊື່ນໄດ້!